ຜູ້ມີສິດເລືອກຕັ້ງໃນລັດຄາລິຟໍເນຍຈະຕັດສິນໃຈເລືອກ ຂໍ້ສະເໜີ

ຮາ່ງກົດໝາຍ 14 ຂໍ້ໃນບັດລົງຄະແນນ:

ລົງຄະແນນສຽງເລືອກຕັ້ງພາຍໃນວັນອັງຄານ.

ວັນທີ 3 ເດືອນ ພະຈິກ!

ການລົງຄະແນນສຽງຂອງທ່ານມີຄວາມສໍາຄັນ! ເມື່ອພວກເຮົາທຸກຄົນລົງຄະແນນເລືອກຕັ້ງຮ່ວມກັນ

ເປັນພະລັງ,ຊຸມຊົນອາເຊຍ-ອາເມຣິກັນ ແລະຊາວເກາະແພຊິຟິກ.ຈະສາມາດຮັບປະກັນທີ່ຢູ່ອາໄສ

ທີ່ມີຄ່າຖືກແລະການດູແລສຸຂະພາບ, ເງິນເດືອນດີຂຶ້ນ, ແລະໂຮງຮຽນທີ່ດີ.

ພວກເຮົາສົມຄວນມີລັດຖະບານທີ່ໃຫ້ຄວາມສໍາຄັນກັບຊຸມຊົນຊົນຊັ້ນຜູ້ອອກແຮງງານທີ່ມີສີຜິວ

ເຫນືອກວ່າມະຫາເສດຖີແລະບໍລິສັດໃຫຍ່ທີ່ໂລບມາກໂລພາ.

Download Lao Voter Guide
Illustration of diverse people holding signs reading "Tax the Rich," "Housing for All," and "Ice Out of CA Now," protesting at a political demonstration with large flowers around them.

ເຫັນດີກັບ ຂໍ້ສະເໜີ 1: ພັນທະບັດ (bond)ທີ່ຢູ່ອາໄສ

ມາດຕະການນີ້ອອກພັນທະບັດມູນຄ່າ $11.25 ຕື້ ເພື່ອຊ່ວຍສ້າງທີ່ຢູ່ອາໄສ, ຮັກສາບ້ານໃຫ້ມີ ລາຄາທີ່ສາມາດຈ່າຍໄດ້, ແລະ

ຂະຫຍາຍໂອກາດໃນການເປັນເຈົ້າຂອງບ້ານ. ພັນທະບັດເຫຼົ່ານີ້ຊວ່ຍໃຫ້ ຄາລີຟໍເນຍສາມາດກູ້ເງິນຈາກນັກລົງທຶນ ເພື່ອ

ຈ່າຍຄ່າໂຄງການຊຸມຊົນ ທີ່ສໍາຄັນເຫຼົ່ານີ້.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Coalition of organizations representing housing, business, labor, local government, among others

ຝ່າຍຕໍ່ຕ້ານ: Republican Asm. David Tangipa and Reform CA

ເຫັນດີກັບ ຂໍ້ສະເໜີ 3: ທຶນໂຮງຮຽນແລະການດູແລສຸຂະພາບ

ນີ້ເປັນການຕໍ່ອາຍຸພາສີລາຍໄດ້ທີ່ມີຢູ່ສຳລັບຄົນທີ່ມີລາຍໄດ້ສູງສຸດ 2% ໃນລັດຄາລິຟໍເນຍ, ຊຶ່ງສາ້ງລາຍໄດ້

ຫຼາຍກວ່າ $100 ພັນລ້ານດອນລາສຳລັບການສຶກສາ,ແລະຄວາມປອດໄພສາທາລະນະ.

ນອກຈາກນີ້ ຍັງຊ່ວຍປ້ອງກັນການຕັດງົບປະມານ$2-6 ພັນລ້ານສໍາລັບຄວາມຕ້ອງການຈໍາເປັນເຫຼົ່ານີ

ເລີ່ມຕົ້ນໃນປີ 2031.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: CA Teachers Association, CA School Employees Association, CA Federation of Teachers, among others

ຝ່າຍຕໍ່ຕ້ານ: Reform CA

ເຫັນດີກັບຂໍ້ສະເໜີ 5: ການເລືອກຕັ້ງເພື່ອຖອນຕໍາແຫນ່ງ

ປ່ຽນການເລືອກຕັ້ງເພື່ອຖອນຕຳແໜ່ງໃຫ້ເປັນຄໍາຖາມດຽວ: ເຈົ້າໜ້າທີ່ລັດຄົນນີ້ຄວນຖືກປົດອອກຫຼືບໍ່?

ຖ້າສຽງສ່ວນຫຼາຍຂອງຜູ້ລົງຄະແນນສຽງເລືອກຕັ້ງຕົກລົງ ເຫັນດີ, ຕໍາແຫນ່ງນັ້ນຈະຖືກ ຊັບຊ້ອນ ຕາມຂັ້ນຕອນ,

ມີການແຕ່ງຕັ້ງ, ຫຼືການເລືອກຕັ້ງພິເສດ. ໃນປັດຈຸບັນ, ຜູ້ລົງຄະແນນສຽງເລືອກຕັ້ງຈະຕອ້ງຕັດສິນໃຈເລື່ອງການ

ຖອດຖອນ, ແລ້ວຈຶ່ງ ເລືອກເອົາຄົນທີ່ຈະມາແທນ — ຜູ້ທີ່ໄດ້ຄະແນນສຽງຫຼາຍທີ່ສຸດຈະຊະນະ, ເຖິງຈະນ້ອຍກວ່າ

50% ກໍຕາມ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: CA Common Cause, League of Women Voters

ຝ່າຍຕໍ່ຕ້ານ: Reform CA, Election Integrity Project

ເຫັນດີກັບ ຂໍ້ສະເໜີ 38: ພັນທະບັດ(ໃບກູ້ເງິນ bond) ກ່ຽວກັບ

ການຄົ້ນຄວ້າ ພູມຄຸ້ມກັນ

ນີ້ເປັນການສ້າງກອງທຶນ ($8 ພັນລ້ານເປັນພັນທະບັດ bonds) ໃຫ້ແກ່ມະຫາວິທະຍາໄລລັດ ເພື່ອ

ຄົ້ນຄວ້າແລະພັດທະນາໃນການປິ່ນປົວມະເລັງ, ໂຣກຫົວໃຈ, ອາລຊາເມີຣ໌,ແລະອື່ນໆ.

ຊາວຄາລິຟໍເນຍສາມາດໄດ້ຮັບສ່ວນຫລຸດໃນການຮັບການປິ່ນປົວແລະຢາໃຫມ່ທີ່ມາຈາກ ການຄົ້ນຄວ້ານີ້.

Position Endorsed By: CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Alzheimer’s Assn., National Multiple Sclerosis Society and other healthcare groups

ຝ່າຍຕໍ່ຕ້ານ: Dr. Robert Kaplan, Stanford School of Medicine

ເປັນກາງກັບຂໍ້ສະເໜີ 40: ການເສຍພາສີສຳລັບ ມະຫາເສດຖີ

ເກັບພາສີຈາກຄວາມຮັ່ງມີ5%ຄັ້ງດຽວຈາກມະຫາເສດຖີເພື່ອແກ້ໄຂຊ່ອງວ່າງງົບປະມານ ທີ່ເກີດຈາກ

ການຕັດງົບປະມານຂອງລັດຖະບານກາງປີກາຍນີ້. ເງິນນັ້ນຈະໄປສູ່ການຮັກສາ ສຸຂະພາບ, ການສຶກສາ,

ແລະການຊ່ວຍເຫຼືອດ້ານອາຫານ. ພວກເຮົາເຫັນວ່າມະຫາເສດຖີຄວນຈ່າຍສ່ວນທີ່ຍຸດຕິທໍາ

ຂອງພວກເຂົາ ຕະຫຼອດ, ຊຸມຊົນຂອງພວກເຮົາຄວນໄດ້ຮັບທຶນທີ່ຍືນຍົງກວ່າການ ເກັບພາສີຄັ້ງດຽວ.

Position Endorsed By: CA AF, FAJ AF, PPAF

ຜູ້ສະຫນັບສະຫນູນ: SEIU United Healthcare Workers West, Teamsters CA, AFSCME CA, Sen. Bernie Sanders, CA Democratic Party, and more

ຝ່າຍຕໍ່ຕ້ານ: Several billionaires including Google co-founder Sergey Brin; California Business Roundtable; CA Teachers Association; Gov. Gavin Newsom, and more

ບໍ່ເຫັນດີກັບ ຂໍ້ສະເໜີ 42: ຫາ້ມເກັບພາສີຄວາມຮັ່ງມີ ແລະ

ປິດກັ້ນການເກັບ ພາສີມະຫາເສດຖີ   

ປິດກັ້ນຮູບແບບຂອງການເກັບພາສີມະຫາເສດຖີລວມເຖິງ ພາສີໃຫມ່ຂອງລັດ ທີ່ກ່ຽວກັບຊັບສິນສ່ວນຕົວ,

ຊັບສິນທາງປັນຍາ, ບັນຊີກະສຽນ, ແລະຊັບສິນທີ່ຄ້າຍຄືກັນ, ແລະຍັງມີຄວາມເຄັ່ງຄັດໃຫ້ແກ່

ນັກຮ່າງກົດຫມາຍ ຫຼືມາດຕະການ ລົງຄະແນນໃນການກໍານົດພາສີຍ້ອນຫຼັງໄດ້.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Several billionaires: Sergey Brin, Patrick Collison, Max Levchin, among others; Reform CA, among others

ຝ່າຍຕໍ່ຕ້ານ: CA Democratic Party, SEIU UHW West

ເຫັນດີກັບຂໍ້ສະເຫນີ 2: ຂໍ້ກົດໝາຍການທອ້ນເງິນສໍາລັບອະນາຄົດຂອງລັດຄາລິຟໍເນຍກົດຫມາຍນີ້ເຮັດໃຫ້ລັດສາມາດເພີ່ມກຳນົດເອົາເງິນເຂົ້າໃນກອງທຶນສຳລັບ “ເວລາຕອ້ງການທີ່ຈຳເປັນ”ຂອງລັດ.

ໃຫ້ລັດມີການອານຸລົມຫຼາຍຂຶ້ນໃນການໃຊ້ງົບປະມານ. ມີການອະນຸຍາດໃຫ້ລັດຄາລິຟໍເນຍນໍາ 20% ຂອງລາຍໄດ້ໄປໃສ່

ໄວ້ໃນກອງທຶນສຳລັບ”ຍາມສຸກເສີນ”,ຊຶ່ງປັດຈຸບັນຈໍາກັດໄວ້ທີ່10%. ຍັງອະນຸຍາດໃຫ້ລັດໃຊ້ເງິນເພີ່ມເພື່ອຈ່າຍຫນີ້

ລັດຖະບານຈໍານວນ$20 ພັນລ້ານໂດລາ ຈາກຊວ່ງພະຍາດ ໂຄວິດ COVID-19.

Position Endorsed By: CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Gov. Gavin Newsom, Democratic state lawmakers

ຝ່າຍຕໍ່ຕ້ານ: Republican Asm. Joe Patterson and Reform CA

ຂໍ້ສະເຫນີ 4: ວ່າດ້ວຍການລະດົມທຶນສາທາລະນສຳລັບການຫາສຽງ(ແຄມເພນ)

ອະນຸຍາດໃຫ້ລັດຖະບານທ້ອງຖິ່ນແລະລັດຈັດກອງທຶນສາທາລະນະສໍາລັບການຫາສຽງເລືອກຕັ້ງ.

ໂຄງການເຫຼົ່ານີ້ຊ່ວຍໃຫ້ຜູ້ສະຫມັກລະດັບຮາກຖານສາມາດແຂ່ງຂັນກັບຄູ່ແຂ່ງທີ່ມີທຶນຫຼາຍ ຊຶ່ງມີການ

ສະຫນັບສະຫນູນ ຈາກບໍລິສັດໃຫຍ່ຊຶ່ງເປັນຝ່າຍກົງກັນຂ້າມ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: ACLU CA, CA Common Cause, CA Democratic Party, CA Working Families Party, among others

ຝ່າຍຕໍ່ຕ້ານ: Reform California, CA Taxpayers Association

ເຫັນດີກັບ ຂໍ້ສະເໜີ 37: ໂຄງການກູ້ຢືມເງິນເພື່ອການເປັນເຈົ້າຂອງບ້ານ

ນີ້ເປັນການສ້າງກອງທຶນເພື່ອໃຫ້ສິນເຊື່ອຊື້ບ້ານລາຄາຖືກສໍາລັບຜູ້ຊື້ຊົນຊັ້ນກາງແລະຊົນຊັ້ນ ຜູ້ອອກແຮງງານ

ທີ່ມີລາຍຮັບນ້ອຍກວ່າ200% ຂອງລາຍໄດ້ມາດຕະຖານກາງຂອງພື້ນທີ່. ກອງທຶນນີ້ຈະໃຊ້ເງິນຈາກພັນທະບັດ

ລາຍໄດ້ $25 ພັນລ້ານດອນລາຊຶ່ງຈະໄດ້ຮັບຈາກຜູ້ກູ້ ທີ່ຈ່າຍຄືນ.

Position Endorsed By: CA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: United Brotherhood of Carpenters and Joiners of America, Northern California Carpenters Regional Council, Western States Regional Council of Carpenters, CA Association of Realtors, and more

ຝ່າຍຕໍ່ຕ້ານ: Reform CA

ບໍ່ເຫັນດີກັບ ຂໍ້ສະເໜີ 39: ບັດປະຈໍາຕົວຜູ້ມີສິດເລືອກຕັ້ງ

ບໍອະນຸຍາດໃຫ້ພົນລະເມືອງລົງຄະແນນສຽງເລືອກຕັ້ງເວັ້ນແຕ່ເຂົາຈະສະແດງບັດປະຈຳຕົວ ທີ່ທາງ

ລັດຖະບານອອກໃຫ້ຫຼືຂຽນເລກສີ່ໂຕສຸດທ້າຍຂອງ

ບັດປະຈຳຕົວລົງໃສ່ຊອງຂອງບັດລົງຄະແນນທາງໄປສະນີ. ກົດຫມາຍກ່ຽວກັບບັດປະຈໍາຕົວ ຜູ້ມີສິດ

ເລືອກຕັ້ງກ່ອນຫນ້ານີ້ ໄດ້ຖືກພິສູດວ່າສາມາດຫລຸດອັດຕາການອອກສຽງໄດ້, ໂດຍສະເພາະ

ໃນກຸ່ມຄົນຜິວສີ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Reform CA, Republican Asm. Carl DeMaio, Republican Congressman Ken Calvert

ຝ່າຍຕໍ່ຕ້ານ: ACLU of Northern and Southern California, Asian Law Caucus, CA Common Cause, League of Women Voters, and more

ບໍ່ເຫັນດີກັບ ຂໍ້ສະເໜີ 41: ປິດກັ້ນການເກັບພາສີຈາກ

ມະຫາເສດຖີ 

ຢຸດຕິການເກັບພາສີໃຫມ່ເຊັ່ນການຍົກເວັ້ນພາສີມະຫາເສດຖີຈາກຂໍ້ຈຳກັດຂອງການ ໃຊ້ຈ່າຍຂອງລັດ

ແລະຈະຕ້ອງມີການກວດສອບໂຄງການໃຫມ່ທີ່ໄດ້ຮັບທຶນຈາກ ພາສີໃໝ່ໆ. ມັນເຮັດໃຫ້ລັດຖະບານຫາທຶນ

ທີ່ຈໍາເປັນຍາກຂື້ນ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Several billionaires: Sergey Brin, Patrick Collison, Max Levchin, and more; Reform CA

ຝ່າຍຕໍ່ຕ້ານ: CA Democratic Party, SEIU UHW West

ບໍ່ເຫັນດີກັບ ຂໍ້ສະເໜີ້ 43: ຂໍ້ບັງຄັບວ່າດວ້ຍສຽງສ່ວນຫຼາຍທີ່ສຸດ

ສໍາລັບພາສີພິເສດ ແລະປິດກັ້ນການເກັບພາສີມະຫາເສດຖີ

ນີ້ເຮັດໃຫ້ການລະດົມເງິນສໍາລັບບໍລິການສາທາລະນະທ້ອງຖິ່ນຍາກຂຶ້ນເນື່ອງຈາກຈະຕ້ອງໃຫ້ສອງ

ສ່ວນສາມຂອງຜູ້ລົງຄະແນນສຽງເຫັນດີກັບພາສີພິເສດທ້ອງຖິ່ນໃຫມ່, ລວມເຖິງພາສີທີ່ສະເໜີ

ໂດຍໂຄງການຂອງປະຊາຊົນ (ໃນປັດຈຸບັນ, ຕ້ອງການແຕ່ສຽງສ່ວນຫຼາຍແບບທຳມະດາ).

ຖ້າກົດຫມາຍນີ້ຜ່ານ, ລັດຖະບານທ້ອງຖິ່ນຈະມີຄວາມຍາກລໍາບາກໃນການຕອບສະຫນອງ

 ຄວາມຕ້ອງການຂອງປະຊາຊົນ, ແລະເພີ່ມອຳນາດໃຫ້ແກ່ກຸ່ມສວ່ນນອ້ຍທີ່ມີງົບປະມານດີ

ມີເງິນຫຼາຍກວ່າ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: Howard Jarvis Taxpayers Association, Reform CA

ຝ່າຍຕໍ່ຕ້ານ: CA Democratic Party, Evolve CA, Democratic Asm. Buffy Wicks

ບໍ່ເຫັນດີກັບ ຂໍ້ສະເໜີ 45: ຈຳກັດການກວດສອບສິ່ງແວດລ້ອມ

ສໍາລັບການກໍ່ສ້າງ

ນີ້ເຮັດໃຫ້ກົດຫມາຍສິ່ງແວດລ້ອມສໍາຄັນຂອງລັດຄາລິຟໍເນຍ, ກົດຫມາຍກ່ຽວກັບຄຸນນະພາບສິ່ງແວດລ້ອມ

ຂອງຄາລິຟໍເນຍ (CEQA), ອ່ອນແອລົງໂດຍການຈຳກັດການກວດສອບ ສິ່ງແວດລ້ອມແລະຄໍາຄິດເຫັນ

ຈາກສາທາລະນະ. ກຸ່ມບໍລິສັດກ່າວໂຕ້ວ່າການປ່ຽນແປງ CEQA ແມ່ນຈໍາເປັນສໍາລັບທີ່ຢູ່ອາໄສທີ່ມີລາຄາຖືກ

ແລະພະລັງງານສະອາດ, ແຕ່ຄວາມເປັນຈິງແມ່ນມັນຈະເຮັດໃຫ້ມີການເລັ່ງລັດການສ້າງທາງດ່ວນ, ເຂື່ອນ,

ສູນຂໍ້ມູນ, ແລະສູນກັກກັ້ນຄົນເຂົ້າເມືອງ ຫຼາຍກວ່າ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: CA Chamber of Commerce, CA Business Roundtable, Reform CA, CA Building Industry Assn, CA Hospital Assn, among others

ຝ່າຍຕໍ່ຕ້ານ: Sierra Club CA, Asian Pacific Environmental Network Action; CA American Nurses Association, CA Building Trades Council, among others

ບໍ່ເຫັນດີກັບ ຂໍ້ສະເໜີ 44: ຈໍາກັດການໃຊ້ຈ່າຍຂອງຄລິນິກ

ສຸຂະພາບ ທີ່ບໍ່ຫາກໍາໄລ   

ມັນຈະບັງຄັບໃຫ້ຄລິນິກສຸຂະພາບຊຸມຊົນໃຊ້ຈ່າຍຢ່າງນ້ອຍ90%ຂອງລາຍໄດ້ເພື່ອການດູແລ ຜູ້ປ່ວຍ

ໂດຍກົງ, ແລະຄລິນິກທີ່ບໍ່ປະຕິບັດຕາມອາດຈະຖືກປັບເງິນຈໍານວນຫຼາຍ. ຂໍ້ຈຳກັດ ເຫຼົ່ານີ້ອາດເຮັດໃຫ້

ຄລີນິກສຸກຂະພາບສູນເສຍເງິນຫລາຍພັນລ້ານ, ກົດດັນໃຫ້ຄລິນິກຫຼາຍແຫ່ງ ປະຕິບັດງານແບບຂາດທຶນ,

ຫລຸດບໍລິການແປພາສາ,ແລະເຮັດໃຫ້ມີການປິດຄລີນິກ     

ຢ່າງກວ້າງຂວາງ —ໂດຍສະເພາະໃນພື້ນທີ່ຊົນນະບົດແລະພື້ນທີ່ທີ່ບໍໄດ້ຮັບການບໍລິການພຽງພໍ.

Position Endorsed By: APEN Action, CA AF, CPA AF, FAJ AF, HIP AF, PPAF, PAC

ຜູ້ສະຫນັບສະຫນູນ: SEIU United Healthcare Workers West

ຝ່າຍຕໍ່ຕ້ານ: California Primary Care Assn.; California Medical Assn.; Asian Health Services, among others